ວັກຊີນກັນພະຍາດໂຄວິດ-19 ຊຸດໃໝ່ຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility) ມາຮອດ ສປປ ລາວ ແລ້ວ

ວັກຊີນ ຟາຍເຊີ (Pfizer BioNTech) ເເມ່ນຈະໄດ້ນຳໃຊ້ເພື່ອປົກປ້ອງບຸກຄົນທີ່ຢູ່ໃນກຸ່ມບູລິມະສິດຈຳນວນ 50,000 ຄົນ, ລວມທັງ ຜູ້ທີ່ມີອາຍຸ 60 ປີຂື້ນໄປ ແລະ ຜູ້ທີ່ເປັນພະຍາດຊໍ້າເຮື້ອ

02 ມີຖຸນາ 2021
COVAX
UNICEF Laos/2021/AKarki

ນະຄອນຫຼວງວຽງຈັນ, 2 ມິຖຸນາ ປີ 2021 - ໃນມື້ນີ້ ສປປ ລາວ ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຊຸດ​ໃໝ່   ຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 (COVAX Facility), ຊຶ່ງ​ເປັນການຮ່ວມມືກັນລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi), ອົງການຢູນິເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO). ວັກຊີນກັນພະຍາດໂຄວິດ-19 ຊຸດ​ໃໝ່ນີ້​ເເມ່ນປະກອບມີວັກຊີນຟາຍເຊີ (Pfizer BioNTech) ຈຳນວນ 100,620 ໂດສ.

​ອີງຕາມແຜນປະຕິບັດການສັກ​​ວັກຊີນ​ກັນພະຍາດໂຄວິດ-19 ແຫ່ງຊາດ ​ທີ່​ລັດຖະບານແຫ່ງ ສປປ ລາວ ໄດ້ພັດທະນາຂຶ້ນ, ວັກຊີນຊຸດນີ້ເເມ່ນຈະໄດ້ນຳໃຊ້ເພື່ອທຳການສັກຢາກັນພະຍາດໃຫ້ແກ່ປະຊາກອນຈຳນວນ 50.300 ຄົນ ທີ່ມີອາຍຸ​ 60 ປີຂຶ້ນໄປ ແລະ ເປັນພະຍາດຊໍ້າເຮື້ອ​​. ​ການສັກວັກຊີນດັ່ງກ່າວນີ້ຈະໄດ້ເລີ່ມຈັດຕັ້ງປະຕິບັດຢູ່ໃນ ນະຄອນຫຼວງ​ວຽງຈັນ ເປັນຕົ້ນ ເເລະ ຈະໄດ້ຖືກຜັນຂະຫຍາຍໄປສູ່​ເຂດທີ່ມີຄວາມສ່ຽງສູງອື່ນໆ ເຊັ່ນ: ແຂວງບໍ່ແກ້ວ, ແຂວງຈຳປາສັກ ແລະ ແຂວງສະຫວັນນະເຂດ.

ພະນະທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: “ການມາຮອດຂອງ​ວັກຊີນຟາຍເຊີ ແມ່ນທັນການກັບເປົ້າໝາຍ ທີ່ລັດຖະບານແຫ່ງ ສປປ ລາວ ໄດ້ວາງໄວ້ໃນການສັກວັກຊີນກັນພະຍາດໂຄວິດ-19 ເພຶ່ອປົກປ້ອງ 50% ຂອງຈຳນວນປະຊາກອນທັງໝົດໃນປີ 2021. ວັກຊີນເຫລົ່ານີ້ຈະຊ່ວຍໃຫ້ພວກເຮົາສາມາດກ້າວໄປສູ່ການບັນລຸເປົ້າໝາຍດັ່ງກ່າວ. ຂ້າພະເຈົ້າຍັງຂໍເນັ້ນຕື່ມອີກວ່າ ເຖິງເເມ່ນວ່າວັກຊີນຈະຊ່ວຍໃຫ້ບັນດາປະເທດຕ່າງໆຄວບຄຸມພະຍາດໂຄວິດ-19, ພວກເຮົາກໍຍັ່ງຕ້ອງສືບຕໍ່ປະຕິບັດການຮັກສາໄລຍະຫ່າງທາງ​ສັງຄົມ,ໃສ່ໜ້າກາກອະນາໄມ ເເລະ ໝັ່ນລ້າງມືຂອງຕົນ​ເປັນປະຈຳ, ເຖິງແມ່ນວ່າທ່ານໄດ້ສັກຢາວັກຊິນກັນພະຍາດໂຄວິດ-19  ຄົບ 2 ໂດສ​ແລ້ວກໍ່ຕາມ.​"  

ວັກຊີນກັນພະຍາດໂຄວິດ-19  ທີ່ນຳໃຊ້ໃນ ສປປ ລາວ ເເມ່ນໄດ້ຜ່ານຂັ້ນຕອນການທົດສອບດ້ານການພັດທະນາ ແລະ ຄວາມປອດໄພຢ່າງເຂັ້ມງວດ​ ເເລະ ກົມອາຫານແລະຢາ ຂອງກະຊວງສາທາລະນະສຸກ ໄດ້ເຮັດການປະເມີນຫຼັກຖານ, ຜົນປະໂຫຍດ ແລະ ຄວາມສ່ຽງແລ້ວ. ວັກຊີນຟາຍເຊີ ໄດ້ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ໃນວັນທີ 31 ເດືອນທັນວາ ປີ 2020.

ທ່ານ ດຣ. ມາກ ຈາກອບສ໌​, ຜູ້ຕາງໜ້າອົງການອະນາໄມໂລກ  ປະຈຳ ສປປ ລາວ ກ່າວວ່າ: “ພວກເຮົາຍິນດີຕ້ອນຮັບດ້ວຍ​ຄວາມປຶ້ມປິຕິ ​ວັກຊີນຟາຍເຊີ ຊຸດນີ້ຈາກໂຄງການ COVAX Facility. ໃນປະຈຸບັນນີ້, ຢາວັກຊິນກັນພະຍາດໂຄວິດ-19 ທັງ 3 ຊະນິດ ທີ່ໄດ້​ນຳໃຊ້ໃນ ສປປ ລາວ ລ້ວນແຕ່ຖືກອະນຸມັດເຂົ້າໃນລາຍຊື່ການນຳໃຊ້ສຸກເສີນຂອງ ອົງການອະນາໄມໂລກ ແລ້ວ ເເລະ ຮັບປະກັນເຖິງຄຸນນະພາບ, ຄວາມປອດໄພ, ແລະ ປະສິດທິຜົນ ຂອງວັກຊິນເຫລົ່ານີ້. ຂ້າພະເຈົ້າຂໍຖືໂອກາດນີ້ສະເເດງຄວາມຊົມເຊີຍຕໍ່ລັດຖະບານແຫ່ງ ສປປ ລາວ ໃນການເສີມສ້າງຂີດ​ຄວາມສາມາດໃນການຮອງຮັບວັກຊີນຟາຍເຊີ ຊຶ່ງເປັນວັກຊີນທີ່ຕ້ອງການ ການເກັບຮັກສາເປັນພິເສດເພື່ອຮັກສາປະສິດທິພາບຂອງວັກຊີນ."

ວັກຊີນຟາຍເຊີ ເປັນວັກຊີນທີ່ຕ້ອງການ ການເກັບຮັກສາໃນ​ອຸນຫະພູມ​ເຢັນເຖິງ ລົບ ​70 ອົງສາເຊນຊຽດ ເພື່ອຮັກສາປະສິດທິພາບຂອງວັກຊີນ ​ແລະ ດັ່ງນັ້ນຈຶ່ງຕ້ອງການໃຫ້ມີລະບົບຄວາມເຢັນພິເສດ​ (Ultra-Cold Chain). ໃນປະຈຸບັນນີ້, ສະຖາບັນປັດສະເຕີ (Institut Pasteur du Laos) ໄດ້ຈັດກຽມ​ຕູ້​ແຊ່ແຂງພິເສດ 2 ​ໜ່ວຍໃໝ່​ໄວ້ສະເພາະ​ສຳລັບ​ຢາວັກຊິນກັນພະຍາດໂຄວິດ-19 ຊຶ່ງ​ສາມາດເກັບຮັກສາວັກຊີນຟາຍເຊີ ໄດ້ເຖິງ 740,000 ໂດສ.

ຍິ່ງໄປກ່ວານັ້ນ, ສູນວິເຄາະ-​ລະບາດວິທະຍາ​​ແຫ່ງຊາດ (National Centre Laboratory Epidemiology) ຍັງໄດ້ຈັດກຽມ​ຕູ້​ແຊ່ແຂງພິເສດ​ 1 ໜ່ວຍ ຊຶ່ງ​ສາມາດເກັບຮັກສາວັກຊີນຟາຍເຊີ ໄດ້ເຖິງ 300,000 ໂດສ. ອົງການອະນາໄມໂລກ ໄດ້ຈັດຊື້​ຕູ້​ແຊ່ແຂງພິເສດ​ຕື່ມອີກ 3 ໜ່ວຍ ເຊິ່ງສາມາດເກັບຮັກສາວັກຊີນໄດ້ປະມານ 360.000 ໂດສ ເພື່ອ​ນໍາໃຊ້ທັງໃນນະຄອນຫຼວງວຽງຈັນ ແລະ ​ແຂວງອື່ນໆ. ຕູ້​ແຊ່ແຂງພິເສດ ຈາກອົງການອະນາໄມໂລກ ເເມ່ນຢັງຈະຊ່ວຍປະກອບສ່ວນເພີ່ມເຂົ້າ​ໃສ່​ຕູ້ເຢັນອີກຈຳນວນ​ 157 ໜ່ວຍ​ ຈາກອົງການຢູນິເຊັບ ແລະ ອີກ 20 ໜ່ວຍ ທີ່ອົງການອະນາໄມໂລກ ໄດ້ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ເເລ້ວ ເພື່ອເສີມສ້າງຄວາມ​ສາມາດດ້ານລະບົບຄວາມເຢັນ​ພິເສດ​ເພື່ອຮອງຮັບວັກຊີນ.

ທ່ານນາງບີອາເຕ ດາສເຕລ໌​, ວ່າການແທນ​ຜູ້ຕາງໜ້າອົງການຢູນິເຊັບ​ ກ່າວວ່າ: "ການມາຮອດຂອງ​ວັກຊີນ​ຄັ້ງລ້າສຸດນີ້ ເປັນຫຼັກໝາຍອັນ​ສຳຄັນໜຶ່ງອີກ​ໃນການຕອບໂຕ້​ຕໍ່ການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ແລະ ເປັນບາດກ້າວໜຶ່ງຕໍ່ການຮັບປະກັນການເຂົ້າເຖິງວັກຊິນກັນ​ພະຍາດໂຄວິດ-19  ​ແບບເທົ່າທຽມ​ ແລະ ແບບທ່ຽງທໍາໃນ​ທົ່ວໂລກ. ​ຂ້າພະເຈົ້າກໍ່ຂໍສະແດງຄວາມຊົມເຊີຍຕໍ່​ລັດຖະບານແຫ່ງ ສປປ ລາວ ໃນການຕອບຮັບ​ແກ້ໄຂບັນດາກໍລະນີໂຄວິດ-19 ໃໝ່ ໃນ​​ປະເທດຢ່າງ​ມີປະສິດຕິຜົນ ແລະ ໃນການດຳເນີນ​​ການສັກ​ວັກຊິນຢ່າງວ່ອງ​ໄວ ເພື່ອປົກປ້ອງປະຊາຊົນລາວ. ອົງການຢູນິເຊັບ ແລະ ຄູ່ຮ່ວມງານຂອງພວກເຮົາຈະສືບຕໍ່ເຮັດວຽກຮ່ວມມືກັນຢ່າງໃກ້ຊິດ ເພື່ອສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ໃນການຕອບໂຕ້ຕໍ່ການ​ລະບາດຂອງພະຍາດໂຄວິດ-19 ໃນປະເທດ, ລວມເຖິງການຈັດຊື້​ວັກຊີນ​.​”

ນອກ​ຈາກ​ວັກຊິນແລ້ວ​, ໃນວັນທີ 6 ເດຶອນມິຖຸນາ, ສປປ ລາວ ຍັງຈະໄດ້ຮັບການສະໜອງເຂັມສັກຢາຈຳນວນ 100.700 ເຂັມ​ ແລະ ກ່ອງສໍາລັບຂີ້ເຫຍື້ອບໍ່ອະເຊື້ອ 1,175 ກ່ອງ ຕື່ມອີກ ຊຶ່ງແມ່ນ​ອົງການຢູນິເຊັບໄດ້ຈັດຊື້ໃຫ້​.

ການຂົນສົ່ງ​ວັກຊີນຊຸດທຳອິດທີ່ໄດ້ຮັບການສະໜັບສະໜູນຈາກໂຄງການ COVAX Facility ປະກອບມີ​ວັກຊີນ AstraZeneca/Oxford ຈຳນວນ 132.000 ໂດສ​ ເຊິ່ງໄດ້ມາຮອດປະເທດລາວແລ້ວ ໃນວັນທີ 20 ເດືອນມີນາ ທີ່ຜ່ານມານີ້. ດັ່ງນັ້ນ ວັກຊີນຊູຸດລ້າສຸດນີ້ແມ່ນຈະເປັນ ວັກຊີນຊຸດທີ່ສອງທີ່ໄດ້ຮັບການສະໜັບສະໜູນຈາກໂຄງການ COVAX Facility ໃນ ສປປ ລາວ ເເລະ ຄາດວ່າຈະໄດ້ຮັບວັກຊີນເພີ່ມອີກພາຍໃນທ້າຍປີນີ້.

ໂຄງການວັກຊີນໂຄວິດ-19 ແມ່ນນຳພາໂດຍ ອົງການກາວີ (Gavi), ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການອະນາໄມໂລກ (WHO) ແລະ  ເຮັດວຽກຮ່ວມມືກັບ ອົງການຢູນິເຊັບ (UNICEF) ລວມທັງທະນາຄານໂລກ, ອົງການຈັດຕັ້ງທາງສັງຄົມ, ຜູ້ຜະລິດ ແລະ ອື່ນໆ. ໂຄງການ COVAX ແມ່ນສ່ວນໜຶ່ງຂອງແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 ACT ຫຼື Access to COVID-19 Tools Accelerator ເຊິ່ງເປັນການຮ່ວມມືລະດັບໂລກເພື່ອເລັ່ງການພັດທະນາ, ການຜະລິດ, ແລະການເຂົ້າເຖິງການທົດສອບ, ການຮັກສາ ແລະ ການສັກວັກຊີນທີ່ມີຄວາມສະເໝີພາບ.

ບັນດາປະເທດສະມາຊິກຄະນະກຳມະການຂອງອົງການກາວີ ທີ່ປະຈຳຢູ່ ສປປ ລາວ ມີດັ່ງນີ້: ປະເທດອົດສະຕາລີ, ປະເທດ ການາດາ, ສະຫະພາບເອີຣົບ, ປະເທດຝຣັ່ງເສດ, ປະເທດເຢຍລະມັນ, ປະເທດຍີ່ປຸ່ນ, ປະເທດເກົາຫຼີ, ປະເທດລັກເຊມເບີກ, ປະເທດສະວິດເຊີແລນ, ປະເທດອັງກິດ ແລະ ສະຫະລັດອາເມລິກາ.


ບັນທຶກເຖິງບັນນາທິການ

ບັນຊີລາຍຊື່ຂອງຄໍາຫມັ້ນສັນຍາຂອງຜູ້ໃຫ້ທຶນກັບໂຄງການ Gavi COVAX AMC ແມ່ນສາມາດເຂົ້າອ່ານໄດ້ທີ່ນີ້.

ເຄື່ອງມືຕິດຕາມທຶນສະໜັບສະໜູນ ສຳລັບແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 (ACT Accelerator), ເຊິ່ງລວມມີລາຍລະອຽດຂອງການສະໜອງທຶນສຳລັບວັກຊີນກັນພະຍາດໂຄວິດ-19, ສາມາດຄົ້ນຫາໄດ້ທີ່ນີ້.

ກ່ຽວກັບ COVAX

COVAX, ເສົາຫຼັກວັກຊີນຂອງແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 (ACT), ແມ່ນໄດ້ຮັບການຮ່ວມມືໂດຍ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບໂລກລະບາດ (CEPI), ອົງການກາວີ (GAVI), ອົງການພັນທະມິດເພື່ອວັກຊີນ, ອົງການອະນາໄມໂລກ (WHO) - ເຮັດວຽກຮ່ວມມືກັບຜູ້ຜະລິດວັກຊີນໃນປະເທດທີ່ພັດທະນາແລ້ວ ແລະ ກຳລັງພັດທະນາ, ອົງການຢູນິເຊັບ, ທະນາຄານໂລກ ແລະ ອື່ນໆ. ນີ້ແມ່ນໂຄງການລິເລີ່ມລະດັບໂລກ ທີ່ເຮັດວຽກຮ່ວມກັບລັດຖະບານແຕ່ລະປະເທດ ແລະ ຜູ້ຜະລິດວັກຊີນເພື່ອຮັບປະກັນວ່າວັກຊິນກັນພະຍາດໂຄວິດ-19 ຈະມີໄວ້ໃຫ້ທົ່ວໂລກບໍ່ວ່າຈະເປັນປະເທດທີ່ມີລາຍຮັບສູງ ແລະ ລາຍຮັບຕໍ່ກໍຕາມ.

CEPI ແມ່ນໄດ້ສຸມໃສ່ການຄົ້ນຄວ້າ ແລະ ການພັດທະນາວັກຊີນກັນພະຍາດໂຄວິດ-19: ໂດຍການລົງທືນໃນການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາ (R&D) ຄຽງຄູ່ກັບບັນດາຜູ້ພັດທະນາວັກຊີນອື່ນໆ ດ້ວຍເປົ້າໝາຍໃນການສະໜັບສະໜູນການພັດທະນາວັກຊີນທີ່ປອດໄພ ແລະ ມີປະສິດຕິຜົນ 3 ຊະນິດ ໃຫ້ມີໄວ້ສຳລັບປະເທດທີ່ເຂົ້າຮ່ວມໃນໂຄງການ COVAX Facility. ພາກສ່ວນໜຶ່ງຂອງວຽກງານນີ້, CEPI ໄດ້ສິດທິເບື່ອງຕົ້ນໃນການປະຕິເສດວັກຊີນຈໍານວນ 1 ຕື້ກວ່າໂດສຂອງກຸ່ມ COVAX Facility, ແລະ ໄດ້ລົງທືນດ້ານຍຸດທະສາດໃນການຜະລິດວັກຊີນ, ເຊິ່ງປະກອບມີຄວາມສາມາດໃນການຜະລິດວັກຊີນກັນພະຍາດໂຄວິດ-19 ໃນເຄືອຂ່າຍຂອງກຸ່ມສະມາຊິກ, ແລະຮັບປະກັນແກ້ວຂອງເຂັມສັກຢາທີ່ໃຊ້ເພື່ອບັນຈຸວັກຊີນ ຈຳນວນ 2 ຕື້ໂດສ. CEPI ຍັງກຳລັງລົງທຶນໃສ່ "ຜູ້ຜະລິດວັກຊີນຮຸ່ນຕໍ່ໄປ", ເຊິ່ງຈະໃຫ້ທາງເລືອກເພີ່ມຕື່ມໃນໂລກເພື່ອຄວບຄຸມພະຍາດໂຄວິດ-19 ໃນອະນາຄົດ.

ອົງການ Gavi ໄດ້ສຸມໃສ່ການຈັດຊື້ ແລະ ຈັດສົ່ງວັກຊີນກັນພະຍາດໂຄວິດ-19: ປະສານງານວຽກງານອອກແບບ, ການຈັດຕັ້ງປະຕິບັດ ແລະ ການບໍລິຫານຂອງໂຄງການ COVAX Facility ແລະ ໂຄງການ Gavi COVAX AMC ແລະ ເຮັດວຽກຮ່ວມກັບບັນດາພັນທະມິດຂອງອົງການຢູນິເຊັບ ແລະ ອົງການອະນາໄມໂລກ, ພ້ອມດ້ວຍບັນດາລັດຖະບານ ກ່ຽວກັບຄວາມພ້ອມ ແລະ ການຈັດສົ່ງວັກຊີນໃຫ້ແຕ່ລະປະເທດ. ໂຄງການ COVAX Facility ແມ່ນກົນໄກການຈັດຊື້ແບບຄົບວົງຈອນທົ່ວໂລກ ສໍາລັບວັກຊີນໂຄວິດ-19 ໂດຍຈະຮັບປະກັນຄວາມຍຸດຕິທຳ ແລະ ສະເໝີພາຍໃນການເຂົ້າເຖິງວັກຊີນ ສຳລັບ 190 ປະເທດທັງໝົດທີ່ເຂົ້າຮ່ວມ, ໂດຍນຳໃຊ້ກອບວຽກທີ່ກຳນົດໂດຍ ອົງການອະນາໄມໂລກ. ໂຄງການ COVAX Facility ຈະຈັດຕັ້ງປະຕິບັດໂດຍການຮວບຮວມອໍານວນໃນການຊື້ຈາກປະເທດທີ່ມີເສດຖະກິດເຂັ້ມແຂງທີ່ເຂົ້າຮ່ວມໃນໂຄງການ ແລະ ໃຫ້ການຄຳ້ປະກັນປະລິມານຜູ້ຜະລິດວັກຊີນໃຫ້ພຽງພໍ. ໂຄງການ Gavi COVAX AMC ແມ່ນກົນໄກການເງິນທີ່ຈະສະໜັບສະໜູນການເຂົ້າຮ່ວມຂອງ 92 ປະເທດທີ່ມີລາຍຮັບຕໍ່າ ແລະ ປານກາງທີ່ເຂົ້າຮ່ວມ, ຊ່ວຍໃຫ້ບັນດາປະເທດດັ່ງກ່າວສາມາດເຂົ້າເຖິງການສັກວັກຊີນທີ່ປອດໄພ ແລະ ມີປະສິດຕິພາບ. ອົງການ Gavi ກຳລັງລະດົມທຶນເພື່ອໂຄງການ COVAX AMC, ແລະ ສະໜອງທຶນໃຫ້ແກ່ການຈັດຊື້ວັກຊີນຂອງອົງການຢູນິເຊັບ ພ້ອມທັງບັນດາຄູ່ຮ່ວມງານ ແລະ ບັນດາລັດຖະບານ ໃນການເຮັດວຽກເພື່ອສ້າງຄວາມຄວາມພ້ອມ ແລະ ການກະຈາຍວັກຊີນ, ລວມທັງອຸປະກອນຕູ້ແຊ່ເຢັນແບບພິເສດ, ການຊ່ວຍເຫຼືອດ້ານວິຊາການ, ເຂັມສັກຢາ, ຍານພາຫະນະ ແລະ ດ້ານອື່ນໆຂອງການດໍາເນີນງານດ້ານການຈັດສົ່ງ. ອົງການຢູນິເຊັບ ແລະ ອົງການສາທາລະນະສຸກອາເມຣິກັນແພນ (PAHO) ຈະເຮັດໜ້າທີ່ເປັນຜູ້ປະສານງານດ້ານການຈັດຊື້ສຳລັບໂຄງການ COVAX Facility, ຊ່ວຍຈັດສົ່ງວັກຊີນໃຫ້ຜູ້ເຂົ້າຮ່ວມໂຄງການ COVAX AMC ແລະ ອື່ນໆ.

ອົງການອະນາໄມໂລກ ມີຫຼາຍພາລະບົດບາດໃນວຽກງານວັກຊີນກັນພະຍາດໂຄວິດ-19: ເຮັດວຽກໃຫ້ຄຳແນະນຳມາດຕະຖານກ່ຽວກັບດ້ານນະໂຍບາຍວັກຊີນ, ລະບຽບການ, ຄວາມປອດໄພ, ການຄົ້ນຄວ້າ ແລະ ການພັດທະນາ, ການຈັດສັນ ແລະ ຄວາມພ້ອມຂອງປະເທດ. ກຸ່ມຊ່ຽວຊານທີ່ປຶກສາດ້ານຍຸດທະສາດ (SAGE) ໃຫ້ຄໍາປຶກສາກ່ຽວກັບການສັກຢາປ້ອງກັນພະຍາດ ເພື່ອພັດທະນາຄຳແນະນຳກ່ຽວກັບນະໂຍບາຍການສັກຢາກັນພະຍາດ. ລາຍຊື່ການນຳໃຊ້ສຸກເສີນ (EUL) / ບັນດາໂຄງການທີ່ມີເງື່ອນໄຂຮັບປະກັນການທົບທວນ ແລະ ການອະນຸຍາດທີ່ມີຄວາມກົມກຽວກັນໃນທົ່ວປະເທດສະມາຊິກ. ສິ່ງນີ້ຈະສະໜອງໃຫ້ແກ່ການປະສານງານທົ່ວໂລກ ແລະ ບັນດາປະເທດສະມາຊິກທີ່ໃຫ້ການສະໜັບສະໜູນ ໃນການກວດສອບຄວາມປອດໄພຂອງວັກຊີນ. ສິ່ງນີ້ໄດ້ປະກອບສ່ວນເຂົ້າໃນຮູບແບບຜະລິດຕະພັນເປົ້າໝາຍ ສຳລັບວັກຊີນໂຄວິດ-19 ແລະ ສະໜັບສະໜູບດ້ານເຕັກນິກວິຊາການໃນການຄົ້ນຄວ້າ ແລະ ພັດທະນາ. ອົງການອະນາໄມໂລກ ໄດ້ຮັບບົດບາດໃນການນໍາພາ ຮ່ວມກັນກັບອົງການຢູນິເຊັບ ໃນການໃຫ້ການສະໜັບສະໜູນ ແກ່ບັນດາປະເທດ ໃນຂະນະທີ່ພວກເຂົາກະກຽມທີ່ຈະໄດ້ຮັບແລະຄຸ້ມຄອງວັກຊີນ. ແຜນວຽກການສ້າງຄວາມພ້ອມ ແລະ ການຈັດສົ່ງຂອງປະເທດ (CRD) ປະກອບມີ ອົງການ Gavi ແລະຄູ່ຮ່ວມງານອື່ນໆໃນລະດັບໂລກ, ພາກພື້ນ ແລະ ລະດັບປະເທດເພື່ອສະໜອງເຄື່ອງມື, ການຊີ້ນຳ, ການຕິດຕາມກວດກາ ແລະ ການຊ່ວຍເຫລືອດ້ານວິຊາການໃນການວາງແຜນ ແລະ ການແຈກຢາຍວັກຊີນ . ຄຽງຄູ່ກັບຄູ່ຮ່ວມງານເພື່ອວັກຊີນໂຄວິດ-19, ອົງການອະນາໄມໂລກຍັງ ກຳລັງພັດທະນາລະບົບການຊົດເຊີຍທີ່ບໍ່ມີຄວາມຜິດ ເຊິ່ງເປັນສ່ວນໜຶ່ງຂອງຂໍ້ຜູກມັດ ໃນເວລາຈຳກັດ ແລະ ຄວາມຮັບຜິດຊອບ.

ອົງການຢູນິເຊັບ ກຳລັງນຳໃຊ້ປະສົບການທີ່ສະສົມມາຂອງຕົນ ໃນຖານະເປັນຜູ້ຈັດຊື້ວັກຊີນພຽງຢ່າງດຽວທີ່ໃຫຍ່ທີ່ສຸດໃນໂລກ ແລະ ເຮັດວຽກຮ່ວມກັບຜູ້ຜະລິດວັກຊີນ ແລະ ຄູ່ຮ່ວມງານກ່ຽວກັບການຈັດຊື້ວັກຊີນກັນພະຍາດໂຄວິດ-19, ພ້ອມທັງການຈັດສົ່ງ ແລະ ເກັບມ້ຽນວັກຊີນ. ອົງການຢູນິເຊັບ ໄດ້ຈັດຊື້ວັກຊີນຫຼາຍກວ່າ 2 ຕື້ໂດສຕໍ່ປີ ສຳລັບການສັກຢາກັນພະຍາດ ແບບປົກກະຕິ ແລະ ເພື່ອການຕອບໂຕ້ກັບການລະບາດຂອງພະຍາດ ໃນນາມຂອງເກືອບ 100 ປະເທດ. ໂດຍການຮ່ວມມືກັບກອງທຶນໝູນວຽນຂອງອົງການ PAHO, ອົງການຢູນິເຊັບ ກຳລັງນຳພາໃນຄວາມພະຍາຍາມໃນການຈັດຊື້ ແລະ ສະໜອງວັກຊີນກັນພະຍາດໂຄວິດ-19. ນອກຈາກນັ້ນ, ອົງການຢູນິເຊັບ, ອົງການກາວີ ແລະ ອົງການອະນາໄມໂລກ ເຮັດວຽກຮ່ວມກັບລັດຖະບານຕະຫຼອດເວລາເພື່ອຮັບປະກັນວ່າແຕ່ລະປະເທດພ້ອມແລ້ວທີ່ຈະຮັບການສັກວັກຊີນ, ພ້ອມດ້ວຍອຸປະກອນຕູ້ແຊ່ເຢັນແບບພິເສດພ້ອມໃຊ້ ແລະ ບຸກຄະລາກອນທາງການແພດໃຫ້ໄດ້ຮັບການຝຶກອົບຮົມເພື່ອແຈກຢາຍວັກຊີນ. ອົງການຢູນິເຊັບ ຍັງມີບົດບາດໃນການນຳພາໃນຄວາມພະຍາຍາມເພື່ອສົ່ງເສີມຄວາມໄວ້ວາງໃຈໃນການສັກວັກຊີນ, ການສົ່ງຕໍ່ການສື່ຂໍ້ຄວາມສ້າງຄວາມໝັ້ນໃຈໃນວັກຊີນ ແລະ ການຕິດຕາມ ແລະ ແກ້ໄຂຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງໃນທົ່ວໂລກ.

ກ່ຽວກັບອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ CEPI (The Coalition for Epidemic Preparedness Innovations)

ອົງການ CEPI ເປັນການຮ່ວມມືລະຫວ່າງພາກລັດ, ພາກເອກກະຊົນ, ມູນນິທິການກຸສົນ ເເລະ ອົງການຈັດຕັ້ງທາງສັງຄົມຕ່າງໆ ເຊິ່ງໄດ້ຖືກເປີດຕົວຢູ່ທີ່ Davos ໃນປີ 2017. CEPI ເເມ່ນໄດ້ຖືກສ້າງຂຶ້ນເພື່ອຊ່ວຍພັດທະນາຢາວັກຊີນຕ່າງໆເພື່ອກຽມຮັບມືກັບການເເຜ່ລະບາດຂອງໂລກພະຍາດທີ່ສາມາດເກີດຂຶ້ນໄດ້ໃນອະນາຄົດ ເເລະ ຍັງໄດ້ປະສານງານເເບບໃກ້ຊິດກັບ ອົງການອະນາໄມໂລກ ເພື່ອຮັບມືກັບການເເຜ່ລະບາດຂອງໂລກພະຍາດ ໂຄວິດ-19 ອີກດ້ວຍ. CEPI ໄດ້ລິເລີ່ມ ຫຸ້ນສ່ວນ 11 ຫຸ້ນສ່ວນເພື່ອພັດທະນາວັກຊີນສຳລັບ ໂຄວິດ-19 ເເລະ ໂຄງການທີ່ກ່ຽວຂ້ອງພ້ອມທັງຄູ່ຮ່ວມມື ກໍໄດ້ນຳໃຊ້ ໂຄງສ້າງການຮັບມືທີ່ CEPI ໄດ້ໃຫ້ການສະໜັບສະໜູນ. ກ່ອນການລະບາດຂອງ ໂຄວິດ-19, ວຽກງານຂອງ CEPI ໄດ້ສຸມໃສ່ການຮັບມືກັບເຊັ່ນ ພະຍາດອີໂບລາ, ພະຍາດ Lassus, ພະຍາດ MERS (Middle East respiratory syndrome coronavirus), ພະຍາດ Nipah, ພະຍາດ Rift Valley Fever ແລະ ເຊື້ອພະຍາດ Chikungunya. ນອກຈາກນີ້ເເລ້ວ  CEPI ຍັງໄດ້ລົງທຶນໃນເຕັກໂນໂລຊີ ທີສາມາດນຳໃຊ້ເຂົ້າໃນການພັດທະນາວັກຊີນກັນເຊື້ອພະຍາດຕ່າງໆທີ່ຍັງບໍ່ໄດ້ຖືກຄົ້ນພົບເທື່ອ ອີກເຊັ່ນດຽວກັນ.

ກ່ຽວກັບອົງການກາວີ (Gavi)

ອົງການ Gavi, ພັນທະມິດເພື່ອການສັກຢາກັນພະຍາດ, ເປັນຫຸ້ນສ່ວນພາກລັດ-ເອກະຊົນ ທີ່ເຮັດວຽກເພື່ອຊ່ວຍສັກຢາກັນພະຍາດທີ່ອັນຕະລາຍທີ່ສຸດໃຫ້ກັບເດັກທົວໂລກ. ນັບຕັ້ງແຕ່ໄດ້ຖືກສ້າງຕັ້ງຂື້ນໃນປີ 2000, ອົງການ Gavi ໄດ້ຊ່ວຍສັກຢາກັນພະຍາດໃຫ້ກັບເດັກ ໄດ້ເປັນຮຸ້ສະໄໝໜຶ່ງ, ເຊິ່ງປະກອບມີເດັກຈຳນວນຫຼາຍກວ່າ 822 ລ້ານ ຄົນ, ແລະ ຍັ່ງໄດ້ຊ່ວຍຊີວິດຂອງເດັກຫຼາຍກວ່າ 14 ລ້ານຄົນ  ເເລະ ໄດ້ຫຼຸດຜ່ອນອັດຕາການຕາຍຂອງເດັກໃນ 73 ປະເທດທີ່ກຳລັງພັດທະນາ. ນອກຈາກນີ້ເເລ້ວ, ອົນການ Gavi ຍັງມີບົດບາດອັນສຳຄັນໃນການປັບປຸງສຸຂະພາບຂອງຄົນທົ່ວໂລກໂດຍການໃຫ້ການສ້າງຄວາມເຂັ້ມເເຂງໃຫ້ກັບລະບົບສາທາລະນະສຸກ ພ້ອມທັງສະໜອງທຶນໃນເພື່ອເກັບກອງທຶນສໍາລັບວັກຊີນເພື່ອປ້ອງກັນພະຍາດ ອີໂບລາ, ໂລກອະຫິວາ, ໂລກເຍື່ອຫຸ້ມສະໝອງ ແລະ ໄຂ້ເຫຼືອງ. ພາຍຫຼັງການຄົ້ນຄວ້າເປັນເວລາສອງທົດສະວັດ, ວຽກງານຂອງອົງການ Gavi ໃນປະຈຸບັນເເມ່ນໄດ້ສຸມໃສ່ການປົກປ້ອງຄົນຮຸ່ນຕໍ່ໄປຈາກພະຍາດຕ່າງໆ ເເລະ ການສັກຢາປ້ອງກັນໃຫ້ກັບເດັກທີ່ຍັງບໍ່ໄດ້ຮັບການສັກຢາ ໂດຍນຳໃຊ້ນະວັດຕະກຳການເງິນເເບບໃໝ່ ເເລະ ເຕັກໂນໂລຊີລ້າສຸດ, ຈາກ drone ຈົນເຖີງ biometrics, ເພື່ອຊ່ວຍຊີວິດຫຼາຍລ້ານຄົນ, ປ້ອງກັນການລະບາດຂອງພະຍາດກ່ອນທີ່ຈະມີແຜ່ລາມ ແລະ ຊ່ວຍສ້າງຄວາມເຂັ້ມເເຂງໃຫ້ກັບບັນດາປະເທດຕ່າງໆ. ທ່ານສາມາດອ່ານຂໍ້ມູນເພີ່ມເຕີມໄດ້ທີ່ www.gavi.org ເເລະ ທ່າງ Facebook ເເລະ Twitter.

ພັນທະມິດເພື່ອການສັກຢາກັນພະຍາດເເມ່ນໄດ້ເຕົ້າໂຮມບັນດາປະເທດທີ່ກຳລັງພັດທະນາ ແລະ ລັດຖະບານຜູ້ໃຫ້ທຶນ, ອົງການອະນາໄມໂລກ, ອົງການຢູນິເຊັບ, ທະນາຄານໂລກ, ອຸດສາຫະກຳວັກຊີນ, ອົງການວິຊາການ, ອົງການຈັດຕັ້ງດ້ານສັງຄົມ, ມຸນລະນິທິ Bill & Melinda Gates ແລະ ຄູ່ຮ່ວມມືຈາກພາກເອກະຊົນອື່ນໆ. ທ່ານສາມາດອານລາຍລະອຽດກ່ຽວກັບ ລັດຖະບານຜູ້ໃຫ້ທຶນ ເເລະ ອົງການຈັດຕັ້ງອື່ນໆທີ່ເປັນຜູ້ໃຫ້ການສະໜັບສະໜູນວຽກງານຂອງອົງການ Gavi ທີ່ນີ້.

ກ່ຽວກັບ ອົງການອະນາໄມໂລກ (WHO)

ອົງການອະນາໄມໂລກ (WHO) ແມ່ນຜູ້ນໍາລະດັບໂລກໃນການຊີ້ນໍາດ້ານສຸຂະພາບໃຫ້ແກ່ບັນດາອົງການໃນເຄືອຂ່າຍຂອງສະຫະປະຊາຊາດ. ອົງການອະນາໄມໂລກ ສ້າງຕັ້ງຂຶ້ນໃນປີ 1948 ແລະ ໄດ້ດໍາເນີນງານໃນ 194 ປະເທດສະມາຊິກ ໃນທົ່ວ 6 ພາກພື້ນ ແລະ ລວມມີ 150 ຫ້ອງການ ເພື່ອສະໜັບສະໜູນດ້ານສາທາລະນະສຸກ, ຮັກສາໂລກໃຫ້ປອດໄພ ແລະ ເຂົ້າເຖິງກຸ່ມຄົນທີ່ມີຄວາມສ່ຽງ. ເປົ້າໝາຍຂອງອົງການອະນາໄມໂລກ ສໍາລັບປີ 2019 ຫາ 2023 ແມ່ນເພື່ອຮັບປະກັນໃຫ້ປະຊາຊົນອີກກວ່າໜຶ່ງພັນລ້ານຄົນໃນທົ່ວໂລກ ໄດ້ຮັບການຄຸ້ມຄອງສຸຂະພາບ ເພື່ອປົກປ້ອງພວກເຂົາຈາກວິກິດການສຸກເສີນດ້ານສຸຂະພາບ ແລະ ໃຫ້ມີສຸຂະພາບທີ່ດີ ແລະ ການເປັນຢູ່ທີ່ດີ.

ສໍາລັບຂໍ້ມູນລ້າສຸດກ່ຽວກັບ ໂຄວິດ-19 ເເລະ ວິທີການປ້ອງກັນຕົວທ່ານຈາກພະຍາດດັ່ງກ່າວ, ສາມາດເຂົ້າເບິ່ງໄດ້ທີ່ www.who.int/laos. ຕິດຕາມການເຄື່ອນໄຫວຂອງພວກເຮົາໄດ້ທີ່ TwitterFacebookInstagramLinkedInTikTok,  PinterestSnapchatYouTube

ກ່ຽວກັບອົງການຢູນິເຊັບ

ອົງການ ສປຊ ສຳລັບເດັກ ແມ່ນເຮັດວຽກຢູ່ໃນບາງພື້ນທີ່ທີ່ຫຍຸ້ງຍາກທີ່ສຸດໃນໂລກ, ເພື່ອໃຫ້ເຂົ້າເຖິງເດັກທີ່ຂາດໂອກາດຫຼາຍທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແດນ, ພວກເຮົາເຮັດວຽກກັບເດັກທຸກໆຄົນ, ທຸກໆບ່ອນເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ. ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບອົງການຢູນິເຊັບ ແລະ ວຽກງານກ່ຽວກັບເດັກ ຂອງອົງການຢູ່ໃນ ສປປ ລາວ ສາມາດເບິ່ງໄດ້ ທີ່: http://www.unicef.org/laos. ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບ ໂຄວິດ-19, ສາມາດເບິ່ງໄດ້ ທີ່: www.unicef.org/coronavirus . ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບວຽກງ່ານວັກຂີນ ໂຄວິດ-19 ຂອງອົງການ ຢູນິເຊັບ, ສາມາດເບິ່ງໄດ້ ທີ່ນີ້, ຫຼື ວຽກງ່ານການສັກຢາປ້ອງກັນພະຍາດຂອງອົງການ ຢູນິເຊັບ ທີ່ນີ້.

ຕິດຕາມການເຄື່ອນໄຫວຂອງພວກເຮົາໄດ້ທີ່ Facebook, Twitter, YouTube ແລະ ເວັບໄຊ້ www.unicef.org         

ກ່ຽວກັບການເຂົ້າເຖິງເຄື່ອງມືໂຄວິດ-19 (ACT-Accelerator)

ACT-Accelerator ເເມ່ນການຮ່ວມມືລະດັບໂລກແບບໃໝ່ ເຊິ່ງມີຈຸດປະສົງເພື່ອເລັ່ງລັດການພັດທະນາ, ການຜະລິດ, ແລະ ສ້າງຄວາມສາມາດໃນການເຂົ້າເຖິງ ການກວດທົດສອບພະຍາດໂຄວິດ-19 , ການປິ່ນປົວ, ແລະ ວັກຊີນ ເເບບສະເໝີພາບ. ACT-Accelerator ໄດ້ຖືກສ້າງຕັ້ງຂຶ້ນເພື່ອຕອບສະໜອງ ການຮຽກຮ້ອງຈາກບັນດາຜູ້ນຳຂອງ G20 ໃນເດືອນມີນາ ເເລະ ໄດ້ເປີດຕົວຢ່າງເປັນທາງການໂດຍ ອົງການອະນາໄມໂລກ, ຄະນະກຳມະການເອີຣົບ (European Commission), ປະເທດຝຣັ່ງ ເເລະ ມຸນລະນິທິ Bill & Melinda Gates ໃນເດືອນເມສາ 2020.

ACT-Accelerator ບໍ່ແມ່ນໃຈກາງການຕັດສິນໃຈ ຫຼື ອົງການໃໝ່, ແຕ່ແມ່ນເຄື່ອງມືໃນການຜັກດັນຄວາມພະຍາຍາມໃນການຮ່ວມມືກັນລະຫວ່າງອົງການທີ່ມີມາກ່ອນແລ້ວ ເພື່ອຢຸດຕິການລະບາດຂອງພະຍາດ. ມັນແມ່ນກອບວຽກງານສໍາລັບການຮ່ວມມືກັນ ທີ່ອອກແບບເພື່ອລວມທຸກພາກສ່ວນທີ່ກ່ຽວຂ້ອງທີ່ມີເປົ້າໝາຍດຽວກັນໃນການຢຸດຕິພະຍາດລະບາດໂດຍໄວ້ທີ່ສຸດເທົ່າທີ່ຈະເປັນໄປໄດ້ ຜ່ານການພັດທະນາການເຂົ້າ, ການຈັດສັນທີ່ເທົ່າທຽມກັນ, ແລະ ຂະຫຍາຍຂອບເຂດການຈັດສົ່ງຂອງການທົດລອງ, ຮັກສາ ແລະ ວັກຊີນ, ເພື່ອການປົກປ້ອງລະບົບສາທາລະນະສຸກ ແລະ ຟື້ນຟຸສັງຄົມ ແລະ ເສດຖະກິດໃນໄລຍະເວລາອັນໃກ້. ດ້ວຍອາໄສປະສົບການຂອງອົງການດ້ານສຸຂະພາບແນວໜ້າລະດັບໂລກ ທີ່ກໍາລັງຮັບມືກັບຄວາມທ້າທາຍດ້ານສຸຂະພາບທີ່ມີຄວາມທ້າທ້າຍທີ່ສຸດຂອງໂລກ ແລະ ພາກສ່ວນທີ່ເຮັດວຽກຮ່ວມກັນຈະສາມາດກ້າວຂ້າມຂີດຄວາມສາມາດ ແລະ ໄດ້ຮັບຜົນລັບໃໝ່ໆຈາກການຕໍ່ສູ້ກັບພະຍາດໂຄວິດ-19. ບັນດາສະມາຊິກມີພັນທະຮ່ວມກັນເພື່ອຮັບປະກັນວ່າທຸກຄົນສາມາດເຂົ້າເຖິງເຄື່ອງມືທັງໝົດທີ່ຈໍາເປັນໃນການຕໍ່ສູ້ກັບພະຍາດໂຄວິດ-19 ແລະ ເຮັດວຽກຮ່ວມກັບຄວາມຮ່ວມມືໃນລະດັບທີ່ບໍ່ເຄີຍມີມາກ່ອນ.

The ACT-Accelerator ມີທັງໝົດ 4 ຂົງເຂດວຽກງານ: ການວິໄຈ, ການບໍາບັດ, ວັກຊີນກັນພະຍາດ and ການເຊື່ອມຕໍ່ລະບົບສາທາລະນະສຸກ. ສິ່ງເຫຼົ່ານີ້ເປັນວຽກງານທີ່ສົ່ງເສີມການເຂົ້າເຖິງ ແລະ ຈັດສັນ.

  

ຕິດຕໍ່ຜູ້ຮັບຜິດຊອບຂ່າວ

ທ່ານ ວິຊິດ ຄຳລືຊາ
ຫົວໜ້າສູນສື່ສານເພື່ອສຸຂະພາບ ເເລະ ສຸຂະສຶກສາ
ໂທລະສັບ: +856 20 2250 2862
ອີເມວ: vkhamlusa@yahoo.com
ມາເຣຍ ເຟີນານເດສ
ຫົວໜ້າພະແນກໂຄສະນາ, ສື່ສານ ແລະ ການຮ່ວມມື
ອົງການຢູນິເຊັບ
ອີເມວ: snazer@unicef.org

ກ່ຽວກັບອົງການຢູນິເຊັບ

ອົງການຢູນິເຊັບ ເຮັດວຽກໃນບາງບ່ອນ​ທີ່ຫຍຸ້ງຍາກ​ທີ່ສຸດ ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ. ໃນ 190 ປະເທດ ແລະ ເຂດແຄວ້ນ​, ພວກເຮົາເຮັດວຽກເພື່ອເດັກ​ທຸກຄົນ ແລະ ໃນທຸກແຫ່ງຫົນ​ ເພື່ອສ້າງໂລກທີ່ດີກວ່າສໍາລັບທຸກຄົນ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນິເຊັບ ແລະ ວຽກງານຂອງອົງການ​ເພື່ອ​ເດັກ​ ຈົ່ງ​ເຂົ້າເບິ່ງ www.unicef.org.

ຕິດຕາມອົງການຢູນິເຊັບ​ໃນ  Twitter and Facebook